ເບຍນຳເຂົ້າ ໃນນະຄອນຫຼວງວຽງຈັນ
You can’t take two steps in any direction in Laos without passing a Beerlao sign proudly displaying its yellow background and tiger’s head crest. You can buy Beerlao almost anywhere in Vientiane; bars, restaurants, nightclubs, minimarts, supermarkets, roadside stalls – even some hairdressers or pet stores! Tiger Beer is not far behind, and if you look carefully you’ll find Carlsberg and Namkhong Beer too. These are great beers, of course, and Laotians are lucky to have such good local beers… but is it possible to have too much of a good thing? They say variety is the spice of life and when it comes to drinking beer there are times when you just might want to try something different.
Luckily, certain bars and restaurants in Vientiane serve imported beers. It’s not easy to tell which bars or restaurants serve imported beer, so below is a Work Live Laos map that will direct you to those in Vientiane serving Belgian, German, Japanese and Mexican beers:
ບໍ່ວ່າຈະເດີນທາງໄປແຫ່ງຫົນໃດຂອງປະເທດລາວ ທ່ານກໍ່ຈະພົບເຫັນປ້າຍ ເບຍລາວ ທີ່ມີພື້ນສີເຫຼືອງ ແລະ ສັນຍາລັກກາຫົວເສືອ ທີ່ຕັ້ງພົ້ນເດັ່ນກະຈາຍຢູ່ທົ່ວໄປ, ທ່ານສາມາດຊື້ ເບຍລາວ ໄດ້ຢູ່ເກືອບທຸກມຸມໃນນະຄອນຫຼວງວຽງຈັນ ເຊັ່ນ: ຮ້ານບາຣ໌, ຮ້ານອາຫານ, ສະຖານບັນເທິງ, ຮ້ານມິນິມາດ, ຮ້ານຊັບພະສິນຄ້າ, ຮ້ານຕາມແຄມທາງ, ແລະ ລວມທັ່ງ ໃນຮ້ານຕັດຜົມ ຫຼື ຮ້ານຂາຍສັດລ້ຽງກໍ່ຍັງມີ! ເບຍໄທເກິ ກໍ່ບໍ່ໄດ້ນ້ອຍໜ້າ, ແລະ ຖ້າສັງເກດເບິ່ງດີໆ ທ່ານກໍ່ຍັງຈະເຫັນວ່າມີ ເບຍຄາສ໌ເບີກ ແລະ ເບຍນ້ຳຂອງ ອີກນຳ. ເບຍເລົ່ານີ້ ລ້ວນແລ້ວແຕ່ເປັນເບຍທີ່ມີລົດຊາດດີ ແລະ ຄົນລາວ ໂຊກດີຫຼາຍທີ່ມີເບຍຜະລິດຢູ່ພາຍໃນປະເທດເອງ… ແຕ່ວ່າ ສິ່ງມີດີໆ ນັ້ນຖ້າມັນຫາກມີຫຼາຍເກີນໄປໂພດມັນກໍ່ຈະຄັກຢູ່ບໍ່? ມີບາງຄົນເວົ້າວ່າ ຄວາມຫຼາກຫຼາຍ ແມ່ນລົດຊາດຂອງຊີວິດ ແລະ ຖ້າມາເວົ້າເຖິງການດື່ມເບຍ ບາງຄັ້ງທ່ານກໍ່ອາດຈະຢາກລອງດື່ມເບຍຊະນິດໃໝ່ອຶ່ນໆ ທີ່ມັນແຕກຕ່າງອີກນຳ.
ໂຊກຍັງດີ ທີ່ມີຮ້ານບາຣ໌ ແລະ ຮ້ານອາຫານຈຳນວນໜຶ່ງ ຢູ່ນະຄອນຫຼວງວຽງຈັນ ໄດ້ຂາຍເບຍນຳເຂົ້າເພື່ອໃຫ້ທ່ານໄດ້ໄປຫາດື່ມ ກັນ. ມັນຂ້ອນຂ້າງຍາກທີ່ຈະບອກວ່າຮ້ານເລົ່ານັ້ນຕັ້ງຢູ່ບອນໃດ, ສະນັ້ນ ໃຫ້ທ່ານຈົ່ງເບິ່ງຕາມແຜນທີ່ຂອງ Work Live Laos ຂ້າງລຸ່ມນີ້ ເພື່ອນຳທ່ານໄປຫາສະຖານທີ່ ທີ່ຂາຍເບຍ ເບວຢຽມ, ເຢຍລະມັນ, ຍີປຸ່ນ ແລະ ແມັກຊິໂກ:
If you have any suggestions for more places serving imported beer, post a comment below or email us!
Translation provided by: