![Working With Foreigners Working With Foreigners]()
ຖ້າຫາກວ່າທ່ານກຳລັງເຮັດວຽກກັບຄົນຕ່າງປະເທດຢູ່ ທ່ານເຄີຍພົບກັບບັນຫາໃນຊ່ວງໄລຍະຂອງການເຮັດວຽກກັບຄົນຕ່າງປະເທດຫຼືບໍ່ ຫຼືວ່າ ທ່ານມີວິທີເຮັດວຽກໃດແດ່ ເພື່ອໃຫ້ເຂົ້າກັບຄົນຕ່າງປະເທດໄດ້ ແລະ ໃຫ້ໄດ້ຮັບມີປະສິດທິຜົນທີ່ດີ. ເຊິ່ງມື້ນີ້ ເຮົາຈະຂໍແນະນຳບາງວິທີການທີ່ຈະເຮັດໃຫ້ທ່ານເອງສາມາດເຮັດວຽກກັບຄົນຕ່າງປະເທດເພື່ອບໍ່ໃຫ້ເກີດມີບັນຫາ ແລະ ສາມາດເຂົ້າໃຈກັນໄດ້ເປັນຢ່າງດີ
(to read in English, click here)
ສັນຍາວ່າຈະເຮັດອັນໃດຕ້ອງໃຫ້ແນ່ໃຈວ່າເຮັດໄດ້.
ການທີ່ເຮົາໄດ້ເຮັດວຽກັບຄົນຕ່າງປະເທດ ສິ່ງສຳຄັນໃນການເຮັດວຽກແມ່ນຜົນໄດ້ຮັບ, ເຊິ່ງຫຼາຍຄົນບໍ່ກ້າທີ່ຈະປະຕິເສດຄຳສັ່ງ ຫຼື ກ້າເວົ້າ ແລະ ສະແດງຄວາມຄິດເຫັນ, ເພາະວ່າວຽກທີ່ໄດ້ຮັບມອບໝາຍນັ້ນມັນຍາກທີ່ເຮົາຈະສາມາດເຮັດໄປຕາມແຜນທີ່ວາງໄວ້ໄດ້ ໂດຍສະເພາະແມ່ນເລື່ອງເວລາ. ສະນັ້ນ ຖ້າຫາກວ່າເຮົາບໍ່ສາມາດເຮັດໄປຕາມແຜນນັ້ນໄດ້ກໍ່ຕ້ອງໃຫ້ສະແດງຄວາມຄິດເຫັນອອກມາຢ່າງສຸພາບ ແລະ ກົງໄປກົງມາ. ເຊິ່ງຖ້າວ່າເຮົາຮັບປາກໄປກ່ອນແລ້ວບໍ່ສາມາດເຮັດໄດ້ນັ້ນຈະເຮັດໃຫ້ທ່ານຂາດຄວາມໜ້າເຊື່ອຖືໄດ້ ແລະ ຂາດຄວາມໄວ້ເນື້ອເຊື່ອໃຈຕໍ່ກັບເຮົາໄດ້.
1. ຕ້ອງກ້າຖາມເມື່ອມີບັນຫາ.
ຄົນຕ່າງປະເທດສ່ວນຫຼາຍຈະຮູ້ສຶກດີຖ້າວ່າມອບວຽກໃດໜື່ງໄປແລ້ວ ລູກນ້ອງມີຄຳຖາມກັບຄືນ, ເພາະສະແດງເຖິງວ່າລູກນ້ອງມີຄວາມສົນໃຈຕໍ່ກັບລາຍລະອຽດຂອງວຽກ ແລະ ຕ້ອງການເຂົ້າໃຈຕໍ່ກັບວຽກນັ້ນໆ, ແຕ່ວ່າລູກນ້ອງຫຼາຍຄົນບໍ່ມັກຖາມ ເພາະຄິດວ່າຢ້ານເສຍໜ້າ ຫຼື ອາດຈະຖືກໄລ່ອອກຈາກວຽກ ສະນັ້ນຈຶ່ງເຮັດເສີຍໆເອົາໄວ້ກ່ອນ, ເຊິ່ງການເຮັດແບບນີ້ມັນອາດຈະເຮັດໃຫ້ມີຄວາມເຂົ້າໃຈຜິດຕໍ່ກັບຈຸດປະສົງ ແລະ ລາຍລອຽດ ຂອງໜ້າວຽກທີ່ຈະເຮັດໄດ້ ເຊິ່ງອາດເຮັດໃຫ້ເກີດມີບັນຫາຕາມຫຼັງມາກໍ່ໄດ້.
2. ມີບັນຫາຜິດພາດກັບວຽກງານໃຫ້ຮີບບອກຫົວໜ້າ.
ໃນກໍລະນີທີ່ເຮົາເຮັດວຽກແລ້ວເກີດມີຄວາມຜິດພາດຂຶ້ນ ຢ່າປົກປິດເອົາໄວ້ເພື່ອບໍ່ຢາກໃຫ້ໂຕເອງຖືກຕຳນິ, ແຕ່ວ່າຄວາມຈິງແລ້ວຖ້າຫາກວ່າເຮົາບອກເຈົ້ານາຍແຕ່ເນີ້ນໆໄວ້ກ່ອນ ຄວາມເສຍຫາຍທີ່ຈະເກີດຂຶ້ນ ແລະ ໂອກາດໃນການແກ້ໄຂບັນຫາກໍ່ຈະງ່າຍຂຶ້ນ. ແນ່ນອນທີ່ສຸດວ່າທ່ານອາດຈະຕ້ອງຖືກຫົວໜ້າຮ້າຍ ແຕ່ວ່າຫົວໜ້າຈະແຮງໃຈຮ້າຍຫຼາຍຂຶ້ນຖ້າຫາກວ່າປ່ອຍໃຫ້ເກີດຄວາມເສຍຫາຍຫຼາຍຂຶ້ນ.
3. ການສື່ສານກັບຫົວໜ້າຕ້ອງໃຫ້ເຂົ້າໃຈຊັດເຈນ.
ຄົນຕ່າງປະເທດສ່ວນຫຼາຍມັກການເວົ້າທີ່ກົງໄປກົງມາ, ເຊິ່ິງວິທີການເວົ້ານັ້ນເຮົາຕ້ອງລຽງລຳດັບຄວາມຄິດຂອງໂຕເຮົາເອງກ່ອນວ່າ ເຮົາຕ້ອງການເວົ້າເລື່ອງຫັຍງ, ມີທີ່ໄປທີ່ມາຈຶ່ງໃດ, ເກີດບັນຫາຫັຍງ ແລະ ເປັນເພາະສາເຫດຫຍັງ, ຂໍ້ມູນທີ່ມີຢູ່ມີຫັຍງແດ່, ສຸດທ້າຍແມ່ນມີຂໍ້ສະເໜີແນະຫັຍງແດ່ສຳລັບບັນຫານັ້ນ ແລະ ເຮົາຄວນຈະມີຂໍ້ສະເໜີແນະຫຼາຍໆທາງເລືອກ ພ້ອມທັງສະເໜີທາງເລືອກຄວາມຄິດເຫັນຂອງເຮົາອອກໄປ ແລະ ຖ້າຫາກຈະລະອຽດແມ່ນຕ້ອງມີການວິເຄາະເຖິງຜົນໄດ້ຮັບ ແລະ ຄວາມສ່ຽງນຳ.
4. ລາຍງານຄວາມຄືບໜ້າຂອງວຽກເປັນໄລຍະ.
ຫົວໜ້າສ່ວນຫຼາຍຕ້ອງການທີ່ຈະຮູ້ຄວາມຄືບໜ້າຂອງວຽກເປັນໄລຍະໆ, ດັ່ງນັ້ນເຮົາຄວນຈະລາຍງານໜ້າວຽກໃຫ້ຫົວໜ້າຮູ້ ຢ່າງຕໍ່ເນື່ອງ ແລະ ສະໝ່ຳສະເໝີ. ສຳລັບເລື່ອງຂອງຄວາມຖີ່ ແລະ ລາຍລະອຽດໃນຮູບແບບການສື່ສານກໍ່ອາດຈະຕ້ອງສຶກສາເບິ່ງວ່າຫົວໜ້າມັກຈະໃຫ້ລາຍງານທາງໃດ ອາດຈະແມ່ນການລາຍງານທາງໂທລະສັບ, ເປັນລາຍລັກອັກສອນ, ການເວົ້າຈາທຸກໆມື້ ຫຼື ທຸກໆອາທິດ ຕາມແຕ່ລະວິທີຂອງແຕ່ລະຄົນ.
ສຳລັບ 4 ວິທີ ທີ່ໄດ້ກ່າວມານັ້ນ ອາດຈະເປັນແນວທາງເລັກໆໜ້ອຍໆທີ່ສຳລັບຜູ້ທີ່ເຮັດວຽກກັບຄົນຕ່າງປະເທດຢູ່ ເຊິ່ງທ່ານອາດຈະນຳເອົາວິທີດັ່ງກ່າວໄປປະຍຸກໃຊ້ໃຫ້ເຂົ້າກັບຕົວຈິງໄດ້ເພື່ອໃຫ້ການເຮັດວຽກຂອງທ່ານມີປະສິດທິພາບ ແລະ ເຮັດວຽກໄດ້ງ່າຍຂຶ້ນ.
Re-published from ວາລະສານ 108ອາຊີບ ສະບັບທີ 23
Working with Foreigners
![Working With Foreigners Working With Foreigners]()
If you work closely with foreigners you may have encountered some issues when working together, but hopefully you have also found some ways to work together effectively. This article will suggest some methods that will help you work alongside foreigners successfully and come to a better mutual understanding.
Ensure you really know how before you undertake a task
When working with foreigners, the most important thing is results. Many people are afraid to question instructions given them even when a set task is difficult or impossible to complete, especially when there is a strict deadline. Instead, if you are unable to work according to a particular plan, you must make your difficulties known politely and sincerely. Otherwise, if you have accepted the task in the first place but are unable to complete it, you may be considered unreliable or untrustworthy in the future.
1. Don’t be afraid to ask questions
When setting a task, foreigners are usually happier if their employees ask questions because this means the employee is interested in the finer details or would like to know more about the job. Many employees, however, don’t like to ask questions because they feel they will appear foolish, lose face or may even lose their job. But if employees don’t ask questions they won’t be able to complete their tasks correctly and will only attract larger problems later on.
2. If you make a mistake, always tell the boss
Never hide the truth or try to cover up your mistakes. Instead, inform the boss as soon as you make a mistake. This will make it easier for you to sort it out and solve the problem before it gets any worse. It’s true that you may face an angry boss, but the boss will be even angrier if the hidden mistake lads to even greater problems because you didn’t take responsibility for it in the first place
3. Ensure Clear Communication With The Boss
Foreigners usually prefer speaking directly or in a straightforward manner, so you must think carefully and order your thoughts before broaching any issue. What are the possibilities? What problems could arise? What are the causes? Lastly, what are your suggestions for solving this problem? You should have a few different suggestions at the ready, express your own opinions and analyze the expected outcome and risks involved.
4. Periodically Report Progress
Bosses tend to like to know how your work is progressing from time to time. You should report your progress to your boss every now and then so that he or she can see that everything is going well. In regard to how often you report and how, you should observe your boss and see which communication methods they prefer; it may be by phone or by email, telling them daily or weekly – every employer will be different.
Try some of the above four strategies at your workplace; you never know, a very small change could make a very big difference. Hopefully this will help to create a more effective work environment for you and help you to work better alongside foreigners.
Re-published from 108job issue 21, page 8