![Vientiane-Riverside]()
Construction of the embankment running from Kaoliew village in Sikhottabong district, Vientiane, to the Australian Embassy Recreational Club is nearing completion and should be finished by next year as targeted, according to project officials. Those in charge of
overseeing the Mekong River Integrated Management Project, on which work began in 2009, held a meeting in Vientiane yesterday to valuate its progress so far. The embankment runs through 23 villages and three districts. The government undertook the project as part of efforts to prevent flooding along the capital’s main riverbank area. As well as building a 12.6km embankment, a 2.6km road has been laid along the river from the Pakpasak fork to Thatkhao, and 14.5 hectares of land have been landscaped and transformed into the Chao Anouvong Park. As construction of the embankment in Sikhottabong district advances, 185 families are being displaced. Each has been allocated new land in nearby Nongniew village, to replace that which they have lost. Those in charge of theproject have said all the families are being compensated for the loss of their homes and land. The project is being supported by the Republic of Korea’s Economic Development Cooperation Fund, which has given Laos a low interest loan of more than 300 billion kip (about US$37 million) to carry out the work, according to Vientiane Vice Mayor Mr Keophilavanh Aphaylath. Mr Keophilavanh said the embankment project was one of 160 of its kind being carried out across Vientiane as part of socio-economic development plans for the city, and one of 21 projects being carried out to mark the 450th anniversary of Vientiane as the capital of Laos.
ໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ສຳເລັດໄດ້ຫຼາຍກວ່າ 70%
ໃນວັນທີ 13 ທັນວາ 2012 ທີ່ໂຮງແຮມດອນຈັນພລາເລດ ໄດ້ຈັດກອງປະຊຸມປະເມີນໂຄງການປ້ອງກັນຕະຝັ່ງເຈື່ອນ ແລະ ພັດທະ
ນາແຄມຂອງ ໃນໄລຍະຜ່ານມາ ແລະ ປີຕໍ່ໜ້າໃຫ້ສຳເລັດສົມບູນ ແລະ ພ້ອມທັງມອບຮັບຢ່າງເປັນທາງການ ໂດຍການເປັນປະທານ
ຂອງທ່ານ ແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໂດຍມີບັນດາພະແນກການເຂົ້າຮ່ວມ.
ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ໂຄງການປ້ອງກັນຕະຝັ່ງເຈື່ອນ ແລະ ພັດທະນາແຄມຂອງຢູ່ນະຄອນຫຼວງວຽງ
ຈັນ ໃນໄລຍະ 4 ປີຜ່ານມາ ເລີ່ມແຕ່ປີ 2009-2012 ໂຄງການດັ່ງກ່າວ ແມ່ນໂຄງການໜຶ່ງທີ່ເປັນບູລິມະສິດຂອງລັດຖະບານ ໂດຍ
ໄດ້ຮັບການສະໜັບສະໜູນເງິນກູ້ດອກເບ້ຍຕໍ່າ ຈາກອົງການ EDCF ສ.ເກົາຫຼີ ໃນມູນຄ່າ 37,2 ລ້ານໂດລາສະຫະລັດ ມູນຄ່າດັ່ງ
ກ່າວ ແມ່ນລວມທັງຄ່າວ່າຈ້າງຊ່ຽວຊານທີ່ປຶກສາ ໂຄງການນີ້ແມ່ນນອນຢູ່ໃນ 160 ໂຄງການຂອງແຜນພັດທະນາເສດຖະກິດ-ສັງຄົມ
ຂອງນະຄອນຫຼວງວຽງຈັນ ແລະ ນອນຢູ່ໃນ 21 ໂຄງການ ທີ່ນະຄອນຫຼວງວຽງຈັນໄດ້ກະກຽມສະເຫຼີມສະຫຼອງວຽງຈັນ ເປັນນະຄອນ
ຫຼວງ ຄົບຮອບ 450 ປີ ທີ່ຜ່ານມາ.
ບັນດາໜ້າວຽກໂຄງການປະກອບມີ ວຽກກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແຕ່ເກົ້າລ້ຽວຫາຫຼັກ 3 ມີຄວາມຍາວ 12,6 ກິໂລແມັດ ວຽກປ້ອງ
ກັນນ້ຳຖ້ວມເກົ້າລ້ຽວ ຫາຫຼັກ 3 ມີຄວາມຍາວ 12,6 ກິໂລແມັດ ວຽກກໍ່ສ້າງເສັ້ນທາງລຽບແຄມນ້ຳຂອງ ແຕ່ສາມແຍກປາກປ່າສັກຫາ
ທາງໂຄ້ງທາດຂາວ ມີຄວາມຍາວ 2,6 ກິໂລແມັດ ແລະ ວຽກກໍ່ສ້າງສວນເຈົ້າອະນຸວົງ ມີເນື້ອທີ່ທັງໝົດ 14,5 ເຮັກຕາ ຈາກການຈັດ
ຕັ້ງປະຕິບັດມາຂ້າງເທິງນັ້ນ ຜົນປະໂຫຍດທີ່ປະເທດຊາດ ແລະ ສ່ວນລວມຈະໄດ້ຮັບແມ່ນມີຫຼວງຫຼາຍຄື: ຮັບປະກັນບໍ່ໃຫ້ນ້ຳຂອງໄຫຼ
ເຂົ້າສູ່ຕົວເມືອງ ເນື່ອງຈາກຄູ່ກັ້ນນ້ຳຮັບປະກັນຄວາມສູງຢ່າງພຽງພໍ ການອອກແບບແມ່ນຮອງຮັບບໍ່ໃຫ້ນ້ຳຖ້ວມໄດ້ 100 ປີ ບໍ່ໃຫ້ດິນ
ເຊາະເຈື່ອນ ສາມາດປົກປັກຮັກສາເຂດນ້ຳແດນດິນຂອງປະເທດຊາດ ແລະ ປະຊາຊົນ ມີສະຖານທີ່ພັກຜ່ອນ ອອກກຳລັງກາຍ ແລະ
ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມ ແລະ ອື່ນໆ ພ້ອມນັ້ນ ເພື່ອເຮັດໃຫ້ໂຄງການດັ່ງກ່າວ ສຳເລັດຕາມແຜນການທີ່ກຳນົດໄວ້ໃນທ້າຍ
ປີ 2013 ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຊ່ວຍກັນມີສ່ວນຮ່ວມ ແລະ ເອົາໃຈໃສ່ແກ້ໄຂບັນຫາທີ່ຄົງຄ້າງຄື ການຍົກຍ້າຍສິ່ງກີດ
ຂວາງອອກຈາກເຂດກໍ່ສ້າງທີ່ຍັງບໍ່ສຳເລັດໃນເຂດເກົ້າລ້ຽວ ຍາພະ ແລະ ວັດໄຕໃຫຍ່ ໃຫ້ສຳເລັດຕາມແຜນທີ່ກຳນົດ ເພື່ອບໍ່ໃຫ້ໂຄງ
ການລ້າຊ້າ ແລະ ຫຼີກເວັ້ນບໍ່ໃຫ້ມີຜົນກະທົບຕໍ່ເຈົ້າຂອງຜູ້ໃຫ້ທຶນ.
ມາຮອດປັດຈຸບັນ ໂຄງການດັ່ງກ່າວໄດ້ສຳເລັດຕົວຈິງໄດ້ 79,80% ໂດຍແຜນການວາງໄວ້ແມ່ນ 80,86% ໃນທ້າຍປີ 2012 ເຫັນ
ໄດ້ວ່າໜ້າວຽກຕົວຈິງແມ່ນລ້າຊ້າ ເພາະຍັງມີຫຼາຍບັນຫາທີ່ຄົງຄ້າງ ແລະ ຈະສືບຕໍ່ແກ້ໄຂ.
Vientiane Times, Vientiane Mai
December 15, 2012