Quantcast
Channel: Work Live Laos
Viewing all articles
Browse latest Browse all 2840

Vietnam Opens Mining Operation in Vientiane

$
0
0

Vietnamese Mining in Vientiane

Senior Lao officials, joined by a high-level Vietnamese delegation attended the opening of the Sakai Mining Joint Venture Company in Sangthong district, Vientiane on Thursday. From now until the end of the year, the factory will mine 250 tonnes raw material per day from which they will extract gold and silver, aiming to double production by the end of 2013.

The Company’s General Director, Mrs Truong Thi Thu Hong, said that the factory cost US$30.9 million to build. Although the official opening was on Thursday, it’s been under experimental operation since November last year. “Now, we are selling our gold and silver to the Lao markets, because we don’t have enough to sell overseas yet,” Mrs Truong said. “But we will be producing enough to sell to many countries in the near future.”

Although the factory is not a large operation, it’s important to Laos and Vietnam because it was opened as the two countries celebrate the 50th Anniversary of Diplomatic Relations and 35th Anniversary of the Lao-Vietnam Friendship and Cooperation Treaty. He also suggested that because the factory is mining for gold and silver, it should help provide funds to develop remote rural areas.

 

ເປີດໂຮງງານປຸງແຕ່ງແຮ່ທາດສະໄກ

ພິ­ທີເປີດໂຮງ­ງານປຸງແຕ່ງແຮ່ທາດສະໄກ ຢູ່ເມືອງສັງທອງ ນະ­ຄອນ­ຫຼວງວຽງຈັນ ຂອງບໍ­ລິ­ສັດຂຸດຄົ້ນປຸງແຕ່ງແຮ່ທາດສະໄກ ໄດ້ຈັດຂຶ້ນວັນທີ 19 ກໍ­ລະ­ກົດ 2012 ໃຫ້ກຽດເຂົ້າຮ່ວມມີທ່ານ ສົມສະ­ຫວາດ ເລັ່ງສະຫວັດ ຮອງນາ­ຍົກ­ລັດ­ຖະ­ມົນ­ຕີ ທ່ານ ເລຮ່ວງແອງ ກຳ­ມະ­ການກົມການ­ເມືອງ ຜູ້ປະ­ຈຳ­ການຄະ­ນະເລ­ຂາ­ທິ­ການສູນກາງພັກກອມມູນິດຫວຽດ­ນາມ ທ່ານ ສຸກັນ ມະ­ຫາ­ລາດ ເຈົ້າຄອງນະ­ຄອນ­ຫຼວງວຽງຈັນ ມີການນຳຂັ້ນສູງຂອງລາວ ແລະ ຫວຽດ­ນາມ ອຳ­ນາດການປົຄອງເມືອງສັງທອງ ນັກ­ທຸ­ລະ­ກິດລາວ ແລະ ຫວຽດ­ນາມ.

ໃນພິ­ທີທ່ານນາງ ເຈືອງທິທູຮົງ ຜູ້­ອຳ­ນວຍ­ການໃຫຍ່ບໍ­ລິ­ສັດດັ່ງ­ກ່າວ ໄດ້ຂຶ້ນລາຍງານກ່ຽວກັບໂຄງ­ການ ຊຶ່ງເຫັນໄດ້ວ່າ: ໂຄງ­ການໄດ້ມີມູນຄ່າການລົງ­ທຶນມາເຖິງວັນທີ 30 ມິ­ຖຸ­ນາ 2012 ແມ່ນ 30.992.559 ໂດລາສະ­ຫະ­ລັດ ຫຼື ປະ­ມານ 240 ຕື້ກີບ ໃນການພັດ­ທະ­ນາໂຄງ­ການ ເປັນ­ຕົ້ນ ກໍ່­ສ້າງເສັ້ນ­ທາງ 7 ເສັ້ນ ໂດຍມີຄວາມຍາວ 15 ກິ­ໂລ­ແມັດ ກໍ່­ສ້າງໂຮງ­ງານ ຫ້ອງ­ການ ຕາຂ່າຍໄຟ­ຟ້າ ອ່າງ­ເກັບ­ນ້ຳ ແລະ ອື່ນໆ ມາຮອດປັດ­ຈຸ­ບັນສຳ­ເລັດ ເພື່ອຮັບໃຊ້ໃຫ້ແກ່ການຜະ­ລິດແຮ່ທາດ (ຄຳ ແລະ ເງິນ).

ສຳ­ລັບການສຳປະ­ທານມີໄລ­ຍະເວ­ລາ 10 ປີ ແຕ່ປີ 2008-2018ໃນເນື້ອ­ທີ່ສຳປະ­ທານ 385ເຮັກ­ຕາ ແລະ ສາ­ມາດຕໍ່ອາ­ຍຸສຳປະ­ທານໄດ້ຕື່ມອີກ ຊຶ່ງໂຄງ­ການໄດ້ເລີ່ມທົດລອງການຜະ­ລິດມາ ແຕ່ເດືອນພະ­ຈິກ 2011ເປັນ­ຕົ້ນມາ ແລະ ສຳ­ລັບແຕ່ນີ້ຫາທ້າຍປີ 2012ທາງບໍ­ລິ­ສັດໄດ້ມີຄາດ­ໝາຍສູ້ຊົນການຜະ­ລິດແຮ່ທາດ ໃຫ້ໄດ້ 250ໂຕນຕໍ່ມື້ ແລະ ປີ 2013ຈະເພີ່ມກຳ­ລັງການຜະ­ລິດ ໃຫ້ໄດ້ 2ເທົ່າຕື່ມ.

ໃນໄລ­ຍະຜ່ານມາ ກໍຄືໃນ­ຕໍ່­ໜ້າ ນອກ­ຈາກຈະຜະ­ລິດແຮ່ທາດແລ້ວ ທາງບໍ­ລິ­ສັດຍັງຈະໄດ້ເອົາ­ໃຈ­ໃສ່ຮັກ­ສາສະ­ພາບແວດລ້ອມ ປະ­ກອບ­ສ່ວນຊ່ວຍ­ເຫຼືອສັງ­ຄົມ ແລະ ມອບພັນ­ທະອາ­ກອນໃຫ້ແກ່ລັດ­ຖະ­ບານລາວ ເພື່ອເປັນການປະ­ກອບ­ສ່ວນພັດ­ທະ­ນາເສດ­ຖະ­ກິດ-ສັງ­ຄົມຂອງລາວ.

 

July 20, 2012
Vientiane Times, Vientiane Mai


Viewing all articles
Browse latest Browse all 2840

Trending Articles