The Seventh Asia-Europe Parliamentary Partnership Meeting (ASEP-7) kicked off in Donchan Palace Hotel Vientiane Lao PDR on Wednesday Oct. 3-2012.
ASEP is to admit new membership, possibly, of Australia, Myanmar, New Zealand and Russia on Wednesday, and to hold two panel discussions on Thursday.
For the economic matters panel, lead speakers from China, Finland, South Korea and IMF are to present reports on ensuring food security in the current situation of global climate change and on strengthening the Asia-Europe cooperation in the field of public debts for sustainable development.
For the social and environmental matters panel, lead speakers from Belgium, Indonesia and UNISDR (United Nations International Strategy for Disaster Reduction) are to present reports on Asia- Europe partnership in increasing social participation for disaster management.
“The seventh ASEP meeting will coincide with intensive preparations toward the ninth Asia-Europe Summit Meeting (ASEM) to be held on November 5-6, 2012 in Vientiane. We strongly believe that the outcome of the ASEP-7 meeting will duly enrich the deliberation of ASEM with representative view of peoples of our two continents,” said H.E Mrs. Pany Yathotou.
The ASEP-7 sees representatives from 43 members, among which 15 nations in Asia, 27 countries in Europe and the European Parliament, from seven observers namely Australia, Bangladesh, Norway, Myanmar, New Zealand, Russia, and Switzerland, and from six international organization, namely AIPA (ASEAN Inter Parliamentary Assembly), IPU (Inter-Parliament Union), ASEAN, UNDP, IMF, UNISDR.
ອາແຊັບ 7 ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງວຽງຈັນ ຢູ່ທີ່ໂຮງແຮມດອນຈັນພາເລດ
ກອງປະຊຸມຄູ່ຮ່ວມລັດຖະສະພາອາຊີ-ເອີຣົບ ຄັ້ງທີ 7 (ອາແຊັບ 7) ຫົວຂໍ້ “ການເປັນຄູ່ຮ່ວມລັດຖະສະພາອາຊີ-ເອີຣົບ ເພື່ອການພັດທະນາແບບຍືນຍົງ” ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 3 ຕຸລາ 2012 ຢູ່ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານອາແຊັບ 7 ປະທານສະພາແຫ່ງຊາດລາວ ເປັນກຽດເຂົ້າຮ່ວມພິທີໂດຍນາຍົກລັດຖະມົນຕີແຫ່ງ ສປປ ລາວ ທ່ານ ທອງສິງ ທຳມະວົງ ພ້ອມດ້ວຍຄະນະຜູ້ແທນສະມາຊິກລັດຖະສະພາ ລັດຖະມົນຕີ ທູຕານຸທູດ ຕາງໜ້າອົງການຈັດຕັ້ງສາກົນ ລວມ 30 ຄະນະ ຈາກ 27 ປະເທດເຂົ້າຮ່ວມ.
ພິທີເລີ່ມຈາກການສະແດງສິລະປະວັນນະຄະດີ ແລະ ຮ້ອງເພງອາແຊັບ ຈາກນັກສິລະປະຂອງ ສປປ ລາວ ຈາກນັ້ນ ທ່ານນາງ ປານີ ຢາທໍ່ຕູ້ ໄດ້ຂຶ້ນກ່າວບົດປາໄສເປີດກອງປະຊຸມອາແຊັບ 7 ຢ່າງເປັນທາງການ ຊຶ່ງມີບາງຕອນສຳຄັນວ່າ: ໃນສະພາບການພັດທະນາເສດຖະກິດ-ສັງຄົມຂອງໂລກປັດຈຸບັນ ການພັດທະນາແບບຍືນຍົງພວມກາຍເປັນທ່າອ່ຽງລວມຂອງບັນດາປະຊາຊາດໃນໂລກ ການຮັດແໜ້ນສາຍພົວພັນ ແລະ ເສີມຂະຫຍາຍການຮ່ວມມືລະຫວ່າງສອງທະວີບອາຊີ ແລະ ເອີຣົບ ແມ່ນຜົນປະໂຫຍດລວມຂອງທຸກປະເທດ ການຕົກລົງເລືອກເອົາບັນຫາ “ການເປັນຄູ່ຮ່ວມລັດຖະສະພາອາຊີ-ເອີຣົບ ເພື່ອການພັດທະນາແບບຍືນຍົງ” ໃຫ້ເປັນຫົວຂໍ້ຫຼັກໃນການປຶກສາຫາລືໃນກອງປະຊຸມຄັ້ງນີ້ ນັ້ນສະແດງໃຫ້ເຫັນວ່າ ອາແຊັບໄດ້ໄປທັນກັບຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ ແລະ ຖືສຳຄັນຄວາມມຸ້ງມາດປາຖະໜາຂອງບັນດາປະຊາຊາດ ທີ່ຕ້ອງການສ້າງໃຫ້ຊີວິດການເປັນຢູ່ດີຂຶ້ນ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຮ່ວມກັນເພື່ອບັນລຸຄວາມສົມບູນພູນສຸກລວມຂອງທົ່ວໂລກ ຊຶ່ງຜ່ານການປະຊຸມແຕ່ລະຄັ້ງ ເຫັນໄດ້ວ່າສະມາຊິກອາແຊັບແມ່ນມີຈຳນວນເພີ່ມຂຶ້ນ ແລະ ປັດຈຸບັນມີ 43 ລັດຖະສະພາເຂົ້າເປັນສະມາຊິກ ສຳລັບກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ພ້ອມກັນປຶກສາຫາລືບັນຫາຮີບດ່ວນຕ່າງໆ ເປັນຕົ້ນແມ່ນການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ໃນເງື່ອນໄຂການປ່ຽນແປງດິນຟ້າອາກາດທີ່ສັບສົນ ປັດຈຸບັນ ການເພີ່ມທະວີການຮ່ວມມືອາຊີ-ເອີຣົບໃນການຄຸ້ມຄອງໜີ້ສາທາລະນະ ເພື່ອການພັດທະນາແບບຍືນຍົງ ແລະ ບັນຫາການເປັນຄູ່ຮ່ວມອາຊີ-ເອີຣົບ ໃນການເພີ່ມທະວີການຮ່ວມມືຂອງສັງຄົມເພື່ອຄຸ້ມຄອງໄພພິບັດ ໂອກາດດັ່ງກ່າວ ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍໄດ້ຂຶ້ນມີຄວາມເຫັນບາງຕອນສຳຄັນວ່າ: ລັດຖະສະພາອາແຊັບ ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນອາຊີ ແລະ ເອີຣົບ ຊຶ່ງມີຈຳນວນເຖິງ 4.700 ລ້ານຄົນ ກວມເອົາ 65% ຂອງປະຊາກອນທົ່ວໂລກ ປະຊາຊົນສອງທະວີບລ້ວນແຕ່ມີຄວາມມຸ້ງມາດປາຖະໜາອັນສູງສົ່ງ ໃນການຢູ່ຮ່ວມກັນດ້ວຍໄມຕີຈິດມິດຕະພາບ ເຂົ້າອົກເຂົ້າໃຈ ແລະ ເພີ່ມທະວີການຊ່ວຍເຫຼືອເຊິ່ງກັນ ແລະ ກັນສູງຂຶ້ນເປັນກ້າວໆ ພ້ອມນັ້ນ ກອງປະຊຸມຄັ້ງນີ້ຍັງຈະສຸມໃສ່ປະເດັ່ນຕ່າງໆສຳຄັນ ທີ່ກ່ຽວພັນກັບການຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າ ຂົງເຂດການຜະລິດກະສິກຳ ກໍຄືໂຄງການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ໃນສະພາບການປ່ຽນແປງຂອງດິນຟ້າອາກາດ ປັດຈຸບັນ ແລະ ອານະຄົດ.
ພາກບ່າຍກອງປະຊຸມຜູ້ແທນຂອງແຕ່ລະປະເທດ ໄດ້ສືບຕໍ່ປະກອບຄຳເຫັນໃສ່ບັນດາຫົວຂໍ້ຕ່າງໆສຳຄັນ ພ້ອມນັ້ນ ກອງປະຊຸມຍັງໄດ້ຈັດພິທີຮັບສະມາຊິກໃໝ່ (ສະມາຊິກລັດຖະສະພາ) ຈຳນວນ 4 ປະເທດ ມີ: ປະເທດຣັດເຊຍ ນິວຊີແລນ ມຽນມາ ແລະ ປະເທດອົດສະຕຣາລີ ສຳລັບກອງປະຊຸມຄູ່ຮ່ວມລັດຖະສະພາອາຊີ-ເອີຣົບ ຄັ້ງທີ 6 ແມ່ນໄດ້ຈັດຂຶ້ນທີປະເທດແບນຊິກ ຊຶ່ງທ່ານ ຣິກ ທອບຟ ຫົວໜ້າຄະນະຜູ້ແທນປະເທດແບນຊິກ ປະທານອາແຊັບ 6 ກໍໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ແລະ ກອງປະຊຸມອາແຊັບຄັ້ງທຳອິດ ໄດ້ຈັດຂຶ້ນທີ່ປະເທດຝຣັ່ງ ໃນປີ 1996.
Source: Don Chan Palace,Vientiane Mai