Quantcast
Channel: Work Live Laos
Viewing all articles
Browse latest Browse all 2840

ACER Opens Computer Centre in Laos

$
0
0

Acer in Laos

ACER Computer Company Ltd has expended its market to Laos by opening a customer service centre in Vientiane Capital last Saturday through its authorized distributor, SOA Company Ltd.

ACER and SOA Company Ltd have had an established business relationship for many years resulting in a joint business decision to expand ACER’s business within the Lao market this year. ACER‘s Managing Director in Thailand, Mr. Harry Yang said that the expansion of business to Laos is in response to the customers’ demands in the technology sector, seeing the potential for a growing market in Laos. Director-General of SOA Company Ltd, Mr. Nipha Sahaphanh said that based on cooperation between the two companies, he believed that ACER would soon be the national market leader.

The ACER Shop and Customer Service Centre will distribute all kinds of ACER products in Laos such as Aspire Notebooks, desktop computers, LCD Monitors and projectors with two year warranties, longer than other those offered by distributors in neighbouring countries.

The ACER Laos centre is located on Thadeua Road, Beungkhayong village, Sisattanak district, where all ACER products and advertisements will be on display for customers and visitors.

ເປີດສູນບໍລິການລູກຄ້າ ACER

ບໍ­ລິ­ສັດ Acer Computer ຈຳ­ກັດ ຮ່ວມກັບ ບໍ­ລິ­ສັດ SOA ຈຳ­ກັດ ເປີດໂຕຮ້ານຄ້າຄອນເຊັບ Acer ແລະ ສູນບໍ­ລິ­ການລູກຄ້າຂຶ້ນ ໃນວັນທີ 28 ກໍ­ລະ­ກົດ 2012 ທີ່ສູນບໍ­ລິ­ການລູກຄ້າ Acer ຖະ­ໜົນທ່າເດື່ອ ບ້ານບຶງຂະຫຍອງ ນະ­ຄອນ­ຫຼວງວຽງຈັນ ຂະ­ນະທີ່ຜູ້ບໍ­ລິ­ຫານໝັ້ນໃຈການຮ່ວມມືຄັ້ງນີ້ ຈະນຳບໍ­ລິ­ສັດທັງສອງໄປສູ່ການເປັນຜູ້­ນຳທາງດ້ານຕະ­ຫຼາດໄອທີຢູ່ ສປປ ລາວ ຢ່າງແນ່­ນອນ.

ທ່ານ Harry Yang ກຳ­ມະ­ການຜູ້ຈັດ­ການປະ­ຈຳປະ­ເທດໄທ ຂອງບໍ­ລິ­ສັດ Acer Computer ຈຳ­ກັດ ກ່າວວ່າ: ຍຸດທະສາດການດຳ­ເນີນທຸ­ລະກິດຂອງເອເຊີ້ ຈະຜ່ານຊ່ອງທາງຮູບແບບທຸ­ລະກິດ ແລະ ໄດ້ພິ­ສູດປະ­ສິດ­ທິ­ພາບຕັ້ງ­ແຕ່ເລີ່ມຕົ້ນ ພວກເຮົາຮ່ວມມືກັບຮຸ້ນສ່ວນບໍ­ລິ­ສັດ SOA ພວກເຮົາໄດ້ເປີດຮ້ານຄ້າຄອນເຊັບ Acer ແລະ ສູນບໍ­ລິ­ການຂອງພວກເຮົາທີ່ ນ.ວ ຊຶ່ງເປັນສະ­ຖານ­ທີ່ສຳ­ຄັນສຳ­ລັບຜູ້ຊົມ­ໃຊ້ ແລະ ການໂຄ­ສະ­ນາຈະຖືກນຳສະ­ເໜີສູ່ສາຍ­ຕາຂອງລູກຄ້າ ແລະ ຜູ້ມາຢ້ຽມຊົມ ພວກເຮົາໝັ້ນໃຈໃນການເປັນຍີ່­ຫໍ້ອັນດັບ 1 ພ້ອມກັບເປັນຜູ້­ນຳສ່ວນແບ່ງທາງດ້ານການຕະ­ຫລາດ.

ທ່ານ ນິພາ ສະ­ຫະ­ພັນ ອຳ­ນວຍການບໍ­ລິ­ສັດ SOA ຈຳ­ກັດ ກ່າວຕື່ມວ່າ: SOA ເຄີຍເປັນເຄື່ອງ­ມືໃນການພັດ­ທະ­ນາອຸດ­ສາ­ຫະ­ກຳທາງດ້ານໄອທີ ແຫ່ງປະ­ເທດລາວມາແລ້ວ 10 ກວ່າປີ ຄວາມສຳ­ພັນຂອງພວກເຮົາ ແລະ Acer ມີຄວາມເປັນມາຫຼາຍປີແລ້ວ ມື້­ນີ້ເປັນມື້ທີ່ຈະສ້າງບາດ­ກ້າວໃໝ່ ທີ່ຈະນຳເອົາຄວາມສຳ­ເລັດມາ­ສູ່ສອງບໍ­ລິ­ສັດ ແລະ ເປັນອີກບາດ­ກ້າວໜຶ່ງໃນການຂະ­ຫຍາຍຕະ­ຫຼາດໄອທີໃນ ສປປ ລາວ.

KPL News Agency, Vientiane Mai
01 August 2012


Viewing all articles
Browse latest Browse all 2840

Trending Articles